วันเสาร์ที่ 17 สิงหาคม พ.ศ. 2562

ຜັກຂະແຍງ ຂ້າພະຍາດລຳໄສ້, ປະຈຳເດືອນບໍ່ປົກກະຕິ, ພະຍາດຕີນຊ້າງ ແລະ ຊ່ວຍຍ່ອຍອາຫານ

ຜັກຂະແຍງ ຂ້າພະຍາດລຳໄສ້, ປະຈຳເດືອນບໍ່ປົກກະຕິ, ພະຍາດຕີນຊ້າງ ແລະ ຊ່ວຍຍ່ອຍອາຫານ



ບັນຍາຍລັກສະນະພືດສາດ
ຜັກຂະແຍງ ເປັນພືດນ້ຳຊະນິດໜື່ງ, ທີມີຫຼາຍງ່າຍ ມີຄວາມຍາວ ປະມານ 0.1-1 ມ. ໃບເປັນຮູບຫອກ ມີຂະໜາດ 2-7 x 5-15 ມມ, ເກີດເປັນຊັ້ນ ຊັ້ນລະ 3 ໃບ, ຂອບໃບເປັນລັກສະນະແຂ້ວເລື່ອຍ. ດອກບາງຄັ້ງເກີດເປັນຊໍ່ຍາວ, ດອກມີສີຟ້າ, ແຕ່ລະດອກ ຄວາມຍາວປະມານ 1-1.3 ຊມ. ໝາກເປັນ ຮູບໄຂ່, ຂະໜາດ 6 x 3 ມມ ບັນຈຸມີຫຼາຍແກ່ນ, ແຕ່ລະແກ່ນ ຍາວ 0.5 ມມ.


ບັນຍາຍການນຳໃຊ້
ຍອດອ່ອນ ແລະ ໃບຂອງຜັກຂະແຍງ ມີກິ່ນຫອມ ແລະ ສາມາດກິນດິບກັບປາແດກ ຫຼື ແຈ່ວໄດ້, ທັງສາມາດນຳມາປະກອບເປັນເຄື່ອງປຸງກິ່ນ ແລະ ລົດຊາດຂອງອາຫານປະເພດແກງຕ່າງໆ ໂດຍສະເພາະ ແມ່ນແກງໜໍ່ໄມ້.
ໃບຂອງມັນມີສັບພະຄຸນປິ່ນປົວອາການເບື່ອເມົາ ແລະ ການເຈັບປວດໄດ້ ແລະ ກໍມີການເຊື່ອກັນວ່າ ສາມາດປ້ອງກັນມະເຮັງໄດ້.


ສຳລັບລຳຕົ້ນເປັນຢາກິນເຂົ້າແຊບ, ກຳຈັດນ້ຳເມືອກ ຫຼື ນ້ຳຢາງເຫຼືອງ, ປິ່ນປົວອາການໄຂ້, ຂ້າພະຍາດລຳໄສ້, ປະຈຳເດືອນ ບໍ່ປົກກະຕິ, ແກ້ໂລກທ້ອງບິດ, ພະຍາດຕີນຊ້າງ ແລະ ຊ່ວຍຍ່ອຍອາຫານ
ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ

ไม่มีความคิดเห็น:

แสดงความคิดเห็น