วันพฤหัสบดีที่ 15 สิงหาคม พ.ศ. 2562

ໝາກກອກ ປົວໂລກຂາດວິຕາມິນ ເຊ, ໂລກຕັບ, ຖອກທ້ອງ ແລະ ອາການເຈັບຫູ

ໝາກກອກ ປົວໂລກຂາດວິຕາມິນ ເຊ, ໂລກຕັບ, ຖອກທ້ອງ ແລະ ອາການເຈັບຫູ



ບັນຍາຍລັກສະນະພືດສາດ
ຕົ້ນໝາກກອກເປັນພືດຫຼົ່ນໃບ ມີຄວາມສູງ ລະຫວ່າງ 15-25 ມ ແລະ ໜ້າຕ້າງພຽງເອີກ ຂະໜາດ 40 ຊຕມ ເມື່ອໄຫຍ່ເຕັມທີ່. ເປັນໃບແບບປະສົມທິຄວາມຍາວ 30-40 ຊຕມ. ມີໃບຍ່ອຍເປັນຮູບວົງຮີມີຂະໜາດ 7-13 ຊຕມ x 3-4 ຊຕມ ມີ 3 ຫາ 9ໃບ ທີ່ມີກ້ານຍາວຂະໜາດ 10 – 15 ຊຕມ.

ຊື່ດອກຂອງມັນຍາວປະມານ25-35 ຊຕມ ແລະ ມີກີ່ງດອກເປັນຈູມດົກໜາ. ດອກຂອງມັນມີສີຂາວ ຂະໜາດກວ້າງ 3 ມມ. ໝາກຂອງມັນມີເນື້້ອເປັນໄຂ່ມີຂະໜາດ 3.5-7 ຊຕມ x2.5-3.5 ຊຕມ ເມື່ອໝາກແກ່ ແລະ ສູກຈະເປັນຮູບສີເຫຼືອງປົນຂຽວ ມີແກນແຂງແກ່ນດ່ຽວ


ບັນຍາຍການນຳໃຊ້
ເພີ່ນນຳໃຊ້ໝາກກອກສຳລັບປະເພດຕຳເຊັ່ນຕໍາໝາກຫູ່ງ, ຕຳແຈ່ວທຳມະດາ ແລະ ແຈ່ວປາແດກ. ໃຊ້ເປັນໝາກສົ້ມເພື່ອປຸງແຕ່ງແກງປາ ແລະ ຕົ້ມຍຳປ່າ. ມັນເປັນໝາກໄມ້ທີ່ຊ່ວຍລະງັບຄວາມກະຫີວນໍ້າໄດ້ດີ ຫຼື ສາມາດຈໍ້າກີນກັບເກືອໄດ້. ສ່ວນເລື່ອງການຢາໝາກກອກໃຊ້ເພື່ອຂັບຖ່າຍນໍ້າອອກຈາກຮ່າງກາຍ ແລະ ປີ່ນປົວໂລກຂາດວິຕາມິນ ເຊ, ໂລກຕັບ, ຖອກທ້ອງ ແລະ ອາການເຈັບຫູ.


ນວນຂອງໝາກກອກສູກ ໃຊ້ທາບຳລຸງຜິວເຮັດໄຫ້ຜີວນຽນ ໃບອ່ອນທີ່ມີລົດຂົມຝາດ ແລະ ສົ້ມເຊີ່ງສາມາດກິຮເປັນຜັກໄດ້, ຫຼືໃຊ້ປົວໄອ. ບາງບ່ອນກໍ່ໃຊ້ດອກອ່ອນເຮັດແກງ ແລະ ເຮັດສະຫຼັດ. ສ່ວນເປືອກນັ້ນ ສາມາດໃຊເປີ່ນປົວພະຍາດຖອກທ້ອງ, ທ້ອງບິດ.


ປະດົງຂໍ່ ແລະ ອາການໃຄ່ບວມຕາມຂໍ່ກະດູກ. ສຳລັບຮາກ ແລະ ເນື້ອໄມ້ ບາງເທື່ອກໍ່ຖືກນຳໃຊ້ເພື່ອປີ່ນປົວກາມມະໂລກ ( veneral disease)
ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ

ไม่มีความคิดเห็น:

แสดงความคิดเห็น