วันศุกร์ที่ 14 ธันวาคม พ.ศ. 2561

ຜັກໜາມຂະຍ່າ / Yellow Mimos

ຜັກໜາມຂະຍ່າ / Yellow Mimos

ບັນຍາຍລັກສະນະພືດສາດ
ເປັນພືດຄ້າຍພຸ່ມ ແຕ່ລຳຕົ້ນມັກເປັນເຄື່ອເອືອຍອີ່ງຕາມຕົ້ນໄມ້ອື່ນເມື່ອຕົ້ນທີ່ຍາວອອກໄປ, ຈະຍາວປະມານ 2-4 ແມັດ, ເປືອກທີ່ມີແກ້ຈະເປັນສີດຳນ້ຳຕານ, ປາຍຍອດສີແດງອົມຂຽວ. ໃບປະສົມແບບຂົນນົກຂັ້ນສອງ, ກ້ານໃບຂັ້ນໜື່ງຍາວປະມານ 12-15 ຊມ, ສີແດງ, ມີໜາມຕາມກ້ານ, ກ້ານໃບຂ້ັນສອງຍາວ 1-2 ຊມ, ກ້ານໃບສັ້ນໆ, ແຜ່ນໃບຮູບຂອບຂະໜາດ, ຍາວ 3-6 ມມ, ກວ້າງ 1-4 ມມ, ປາຍມົນ, ຂອບລຽບ, ໂຄນມົນ. ດອກອອກເປັນຊໍ່ຕັ້ງຂື້ນ, ມີປະມານ 10-20 ດອກຕໍ່ຊໍ່, ດອກເປັນສີເຫຼືອງ, ຕາມຊໍ່ຈະມີໜາມ, ກ້ານຊໍ່ດອກຍາວ 16 ຊມ, ກ້ານດອກຍາວ 2-3 ຊມ, ກາບດອກສີຂຽວ, ມີຂົນ. ກິບດອກມີ 5 ອັນ ຮູບໄຂ່, ຂະໜາດຍາວ 1-1,6 ຊມ, ປາຍມົນ, ຂອບລຽບ, ກົກມົນ, ສີແດງກົກກິບ, ເກສອນເພດຜູ້ຮູບຂອບຂະໜາດ ສີເຫຼືອງອ່ອນ, ເຕົ້າໄຂ່ເປັນຊໍ່ຍາວ. ໝາກເປັນຮູບຂອບຂະໜານ ສີເຫຼືອງເມື່ອຍັງອ່ອນ, ປາຍໝາກມີຈະງອຍແຫຼມ, ມີຂົນທົ່ວໝາກ, ເມື່ອແກຈະເປັນສີດຳອົມນ້ຳຕານ, ເມັດຄ້າຍເມັດໝາກຖົວແປ. ອອກດອກໃນຊ່ວງເດືອນພືດສະພາ ເປັນໝາກໃນເດືອນກໍລະກົດ.

ບັນຍາຍການນຳໃຊ້
ຍອດອ່ອນຂອງຜັກໝາກປູ່ຍ່າ ສາມາດເຫັນຂາຍຢູ່ຕາມທ້ອງຕະຫຼາດທ້ອງຖີ່ນ, ຂາຍເປັນມັດ 2000ກິບ/ມັດ, ຍອດຈະມີລົດສົ້ມເລັກນ້ອຍ. ແຕ່ຄົນນິຍົມກັນກິນກັບແຈ່ວປ່າ ແລະ ລາບກອຍຕ່າງໆ. ເປັນພືດທີ່ທີມີການຂະຫຍາຍພັນໄດ້ຕາມທຳມະຊາດ. ນອກຈາກຍອດທີ່ສາມາດເປັນອາຫານແລ້ວຮາກຂອງມັນຍັງສາມາດເອົາມາດອງເຫົຼ້າເພື່ອເປັນຢາບຳລູງກຳລັງ.
ການປູກຂະຫຍາຍພັນ: ສາມາດເກັບເບ້ຍນ້ອຍຕາມທຳມະຊາດມາປູກໄດ້, ເມັດຂອງມັນງອກງ່າຍສາມາດນຳມາປູກເປັນພືດສວນຄົວໄດ້.

Cr: https://www.phakhaolao.la/kb/0000259