วันศุกร์ที่ 10 กรกฎาคม พ.ศ. 2563

ຜັກຊ່ອຍລົດນ້ຳຫນັກ

ຜັກຊ່ອຍລົດນ້ຳຫນັກ

 ການກິນຜັກກໍເປັນອີກທາງເລືອກໜຶ່ງໃນການຫຼຸດນ້ຳໜັກ ເພາະຊ່ວຍໃຫ້ຂັບຖ່າຍດີ ແລະ ຖ້າເປັນຜັກທີໃຫ້ພະລັງງານຕ່ຳກໍສາມາດຊ່ວຍ ໃຫ້ທ່ານຫຼຸດນ້ຳໜັກໄດ້ງ່າຍຂຶ້ນອີກດ້ວຍ. ເຮົາມາເບິ່ງກັນເລີຍວ່າມີຜັກຫຍັງແນ່!

1. ບັອກໂຄລີ້: ໃຫ້ພະລັງງານຢູ່ 33.7 Kcal ເປັນຜັກທີ່ມີໃຍອາຫານສູງທີ່ຊ່ວຍໃຫ້ອິ່ມດົນ ແລະ ຍັງມີສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍຫຼຸດຄວາມສ່ຽງຈາກໂລກມະເລັງ. 

2. ຜັກກາດຂາວ: ໃຫ້ພະລັງງານຢູ່ 12 Kcal ເປັນຜັກທີ່ໃຫ້ພະລັງງານຕ່ຳ ແນ່ນອນວ່າບໍ່ເຮັດໃຫ້ຕຸ້ຍ ແລະ ຍັງສາມາດນຳໄປປຸງແຕ່ງອາຫານໄດ້ຫຼາຍແບບ. 

3. ເຫັດເຂັມ: ໃຫ້ພະລັງງານຢູ່ທີ່ 36.3 Kcal ທີ່ມີໃຍອາຫານສູງຊ່ວຍໃຫ້ອິ່ມໄວ ແລະ ຍັງຊ່ວຍຄວາມຄຸມລະດັບນ້ຳຕານໃນເລືອດບໍ່ໃຫ້ເກີດອາການຫິວອີກດ້ວຍ.

4. ຜັກບົ້ງ: ໃຫ້ພະລັງງານຢູ່ທີ່ 24 Kcal ຊ່ວຍລ້າງສານພິດໃນລຳໄສ້ ແລະ ບັນເທົາອາການຖອກທ້ອງ..
 
5. ຜັກກາດນາ: ໃຫ້ພະລັງງານຢູ່ທີ່ 22.5 Kcal ຊ່ວຍໃນການຂັບຖ່າຍໄດ້ດີ ເພາະອຸດົມໄປດ້ວຍໃຍອາຫານ.

6. ສາລີອ່ອນ: ໃຫ້ພະລັງງານຢູ່ທີ່ 33 Kcal ຊ່ວຍຍ່ອຍອາຫານ, ກະຕຸ້ນໃຫ້ກະເພາະ ແລະ ລຳໄສ້ໃຫ້ເຮັດວຽກໄດ້ດີ ແລະ ຍັງຊ່ວຍຫຼຸດອາການບວມນ້ຳ. 

7. ໝາກອຶ: ໃຫ້ພະລັງງານຢູ່ທີ່ 20 Kcal ເປັນຜັກທີ່ມີໃຍອາຫານສູງ, ໄຂມັນຕ່ຳ ເໝາະແກ່ຄົນທີ່ຕ້ອງການຄຸມອາຫານ. ເປືອກໝາກອຶຍັງຊ່ວຍຄວບຄຸມລະດັບນ້ຳຕານໃນຮ່າງກາຍອີກດ້ວຍ. 

8. ໝາກເລັ່ນ: ໃຫ້ພະລັງງານຢູ່ທີ່ 17.7 Kcal ຊ່ວຍບໍາລຸງຜິວ ແລະ ຍ່ອຍອາຫານ.

9. ຜັກສະຫລັດ: ໃຫ້ພະລັງງານຢູ່ທີ່ 18.4 Kcal ຊ່ວຍຂັບຖ່າຍ, ປ້ອງກັນ ແລະ ບັນເທົາອາການຖອກທ້ອງໄດ້ດີ!

10. ກະຣົດ: ໃຫ້ພະລັງງານຢູ່ທີ່ 41.3 Kcal ສາມາດກິນໄດ້ທັງດິບ ແລະ ສຸກ. ຖ້າກິນດິບຈະເຮັດໃຫ້ຜິວພັນງາມ, ແຕ່ຖ້າກິນດິບຂະຊ່ວຍຫຼຸດໄຂມັນໜ້າທ້ອງ ແລະ ໄຂມັນສ່ວນເກີນຕ່າງໆ.

 

-------------